/ library resources
Showing items 64 through 69 of 69.ການລົງທຶນໃນຂົງເຂດກະສິກໍາ ສາມາດເປັນທ່າແຮງອັນໃຫຍ່ຫຼວງໜຶ່ງໃນການປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ.
ການລົງທຶນທີ່ດິນໃນຂົງເຂດກະສິກຳ ແລະ ປ່າໄມ້ ເປັນປັດໄຈໜຶ່ງທີ່ສໍາຄັນຕໍ່ການຂະຫຍາຍຕົວດ້ານເສດຖະກິດ ແລະ ການ ພັດທະນາຊົນນະບົດ. ການລົງທຶນເຫຼົ່ານັ້ນ ສາມາດສ້າງລາຍຮັບແຫ່ງຊາດ, ສ້າງວຽກເຮັດງານທຳ, ປັບປຸງພື້ນຖານໂຄງລ່າງ ແລະການເຂົ້າເຖິງ ປັດໄຈການຜະລິດ ແລະ ເຕັກໂນໂລຊີ ຂອງຊຸມຊົນ.
ລັດຖະບານຢູ່ປະເທດກຳລັງພັດທະນາ ລວມທັງສປປ ລາວ ໄດ້ສົ່ງເສີມການລົງທຶນໃນຂົງເຂດທີ່ດິນໃນຂະແໜງກະສິກຳ ແລະ ປ່າໄມ້ ເພື່ອເປັນວິທີການໜຶ່ງ ໃນການຮັບມືກັບ ການຂະຫຍາຍຕົວຂອງປະຊາກອນໂລກ ແລະ ການເພີ່ມຂຶ້ນຂອງລາຄາອາຫານ ໂລກ. ຖ້າດຳເນີນຢ່າງມີຄວາມຮັບຜິດຊອບ, ການລົງທຶນເຫຼົ່ານີ້ສາມາດເປັນເຄື່ອງມືຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ.
ປຶ້ມຄູ່ມືສະບັບນີ້ ມີຈຸດປະສົງເພື່ອຊ່ວຍໃຫ້ຊຸມຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກການລົງທຶນເຂົ້າເຖິງກົນໄກການຮ້ອງທຸກຂອງບໍລິສັດ, ກົນໄກການແກ້ໄຂຂໍ້ຂັດແຍ່ງຂອງລັດຖະບານຢ່າງເປັນທາງການ ຫຼືການໄກ່ເກ່ຍຂັ້ນບ້ານ ເມື່ອເຂົາເຈົ້າຮູ້ສຶກວ່ານັກລົງທຶນລະເມີດສິດຂອງເຂົາເຈົ້າ ຫຼືມີຄວາມກັງວົນກ່ຽວກັບການລົງທຶນໃນພາກພື້ນຂອງເຂົາເຈົ້າ.
ແຜ່ນພັບນີ້ຖືກອອກແບບມາເພື່ອຊ່ວຍໃຫ້ຊຸມຊົນທ້ອງຖິ່ນທີ່ອາດຈະໄດ້ຮັບຜົນກະທົບຈາກການລົງທຶນທີ່ດິນເພື່ອກະກຽມ, ຮູ້ວ່າຈະຄາດຫວັງຫຍັງ, ເຈລະຈາແລະມີສ່ວນຮ່ວມກັບການສະເຫນີການລົງທຶນໃນຊຸມຊົນຂອງພວກເຂົາ.
ການວາງແຜນນຳໃຊ້ທີ່ດິນມີປະຫວັດຄວາມເປັນມາອັນຍາວນານໃນ ສປປ ລາວ ແລະ ໄດ້ຖືກນຳໃຊ້ຜ່ານຫຼາຍຮູບແບບໃນທົ່ວປະເທດຕັ້ງແຕ່ຊຸມປີ 1990 (Ling, 2017).
Pagination
Land Library Search
Through our robust search engine, you can search for any item of the over 73,000 highly curated resources in the Land Library.
If you would like to find an overview of what is possible, feel free to peruse the Search Guide.