Land Library
Bienvenue dans la bibliothèque du Land Portal. Explorez notre vaste collection de ressources en libre accès (plus de 74 000), comprenant des rapports, des articles scientifiques, des articles de recherche, des publications évaluées par des pairs, des documents juridiques, des vidéos et bien plus encore.
/ library resources
Showing items 1 through 8 of 8.ແຜ່ນພັບນີ້ຖືກອອກແບບມາເພື່ອຊ່ວຍໃຫ້ຊຸມຊົນທ້ອງຖິ່ນທີ່ອາດຈະໄດ້ຮັບຜົນກະທົບຈາກການລົງທຶນທີ່ດິນເພື່ອກະກຽມ, ຮູ້ວ່າຈະຄາດຫວັງຫຍັງ, ເຈລະຈາແລະມີສ່ວນຮ່ວມກັບການສະເຫນີການລົງທຶນໃນຊຸມຊົນຂອງພວກເຂົາ.
ການວາງແຜນນຳໃຊ້ທີ່ດິນມີປະຫວັດຄວາມເປັນມາອັນຍາວນານໃນ ສປປ ລາວ ແລະ ໄດ້ຖືກນຳໃຊ້ຜ່ານຫຼາຍຮູບແບບໃນທົ່ວປະເທດຕັ້ງແຕ່ຊຸມປີ 1990 (Ling, 2017).
ການລົງທຶນໃນຂົງເຂດທີ່ດິນ ແລະ ຊັບພະຍາກອນທຳມະຊາດ ມັກຈະເຮັດໃຫ້ເກີດມີຂໍ້ຂັດແຍ່ງທາງດ້ານສັງຄົມ. ຖ້າຂໍ້ຂັດແຍ່ງ ເຫຼົ່ານັ້ນບໍ່ໄດ້ຮັບການແກ້ໄຂຢ່າງເໝາະສົມ ຈະບໍ່ພຽງແຕ່ສ້າງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນເທົ່ານັ້ນ ແຕ່ຍັງຈະ ເຮັດໃຫ້ຄວາມສຳເລັດໃນການດຳເນີນທຸລະກິດມີຄວາມສ່ຽງໄປນຳ.
ການລົງທຶນໃນຂົງເຂດກະສິກໍາ ສາມາດເປັນທ່າແຮງອັນໃຫຍ່ຫຼວງໜຶ່ງໃນການປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ.
ການລົງທຶນທີ່ດິນໃນຂົງເຂດກະສິກຳ ແລະ ປ່າໄມ້ ເປັນປັດໄຈໜຶ່ງທີ່ສໍາຄັນຕໍ່ການຂະຫຍາຍຕົວດ້ານເສດຖະກິດ ແລະ ການ ພັດທະນາຊົນນະບົດ. ການລົງທຶນເຫຼົ່ານັ້ນ ສາມາດສ້າງລາຍຮັບແຫ່ງຊາດ, ສ້າງວຽກເຮັດງານທຳ, ປັບປຸງພື້ນຖານໂຄງລ່າງ ແລະການເຂົ້າເຖິງ ປັດໄຈການຜະລິດ ແລະ ເຕັກໂນໂລຊີ ຂອງຊຸມຊົນ.
ລັດຖະບານຢູ່ປະເທດກຳລັງພັດທະນາ ລວມທັງສປປ ລາວ ໄດ້ສົ່ງເສີມການລົງທຶນໃນຂົງເຂດທີ່ດິນໃນຂະແໜງກະສິກຳ ແລະ ປ່າໄມ້ ເພື່ອເປັນວິທີການໜຶ່ງ ໃນການຮັບມືກັບ ການຂະຫຍາຍຕົວຂອງປະຊາກອນໂລກ ແລະ ການເພີ່ມຂຶ້ນຂອງລາຄາອາຫານ ໂລກ. ຖ້າດຳເນີນຢ່າງມີຄວາມຮັບຜິດຊອບ, ການລົງທຶນເຫຼົ່ານີ້ສາມາດເປັນເຄື່ອງມືຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ.
ປຶ້ມຄູ່ມືສະບັບນີ້ ມີຈຸດປະສົງເພື່ອຊ່ວຍໃຫ້ຊຸມຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກການລົງທຶນເຂົ້າເຖິງກົນໄກການຮ້ອງທຸກຂອງບໍລິສັດ, ກົນໄກການແກ້ໄຂຂໍ້ຂັດແຍ່ງຂອງລັດຖະບານຢ່າງເປັນທາງການ ຫຼືການໄກ່ເກ່ຍຂັ້ນບ້ານ ເມື່ອເຂົາເຈົ້າຮູ້ສຶກວ່ານັກລົງທຶນລະເມີດສິດຂອງເຂົາເຈົ້າ ຫຼືມີຄວາມກັງວົນກ່ຽວກັບການລົງທຶນໃນພາກພື້ນຂອງເຂົາເຈົ້າ.
ສປປ ລາວ ມີແຜນຈະຫ ຼຸດພ ົ້ນອອກຈາກການເປັນປະເທດດ້ອຍພັດທະນາໃນປີ 2024. ເພ ື່ອກະຕ ້ນການເຕີບໂຕທາງດ້ານເສດຖະກິດ, ລັດຖະບານລາວໄດ້ເລັົ່ງໃສ່ເສດຖະກິດ ສ ົ່ງອອກທີື່ອີງໃສ່ຊັບພະຍາກອນທໍາມະຊາດ, ເຊັົ່ນ: ໂຄງການບ ໍ່ແຮ່ຂະໜາດໃຫຍ່, ການ ກ ໍ່ສ້າງເຂ ື່ອນໄຟຟ້າພະລັງນໍ້າ ແລະ ການຂະຫຍາຍການປູກພ ດກະສິກໍາ.